ແລ່ນສູ່ຄວາມຝັນ

Phoutthachack Chanthavisouk, Aliya Luangkhot

ປົດປ່ອຍໂຕເອງ ທີ່ຖືກປິດກັ້ນເອົາໄວ້
ທຸກສິ່ງທີ່ຄ້າງໃນໃຈເກັບເອົາໄວ້ ມັນເຮັດໃຫ້ເຮົາເມື່ອຍລ້າ
ສອງມືທີ່ເຮົານັ້ນມີ ສອງຂາທີ່ພ້ອມຈະກ້າວອອກໄປ ບໍ່ວ່າຈະມີສິ່ງໃດກັ້ນເອົາໄວ້
ຢ່າປ່ອຍໃຫ້ລົມຫາຍໃຈຄັ້ງສຸດທ້າຍ ຕ້ອງໝົດຢ່າງບໍ່ມີຄວາມໝາຍ

ແລ່ນເຂົ້າໄປ ຢ່າສັ່ນໄຫວ ເວລານາທີນີ້ເກັບຄວາມອ່ອນແອເອົາໄວ້
ຂອບຟ້າທີ່ມັນກວ້າງໃຫຍ່ ຈຸດໝາຍມັນໄກກວ່ານັ້ນ
ຈູດໄຟແຫ່ງຄວາມຝັນ ລືມຄວາມອ່ອນລ້າໃນວັນນີ້

ຄວາມຝັນງົດງາມທີ່ເຮົານັ້ນແຕ້ມໄວ້ ສຸດທ້າຍມັນກໍ່ໂຜ່ອອກມາ
ເໜືອກວ່າຂອບຟ້າຄົ້ນຫາຫົນທາງໃຫ້ເຫັນ ຢ່າປ່ອຍໃຫ້ມັນລຸດມືໄປ

ສິ່ງໃດທີ່ໄດ້ງ່າຍໆຄົງບໍ່ມີຄວາມໝາຍ ຄວາມຝັນທີ່ເຮົາຕ້ອງການບໍ່ງ່າຍຂະໜາດນັ້ນ
ຈົ່ງຍ່າງຕໍ່ໄປໄຂວ່ຄວ້າຢ່າຢຸດຢັ້ງ ທຸກສິ່ງຕ້ອງຄົ້ນຫາດ້ວຍໂຕເອງ

ແລ່ນເຂົ້າໄປ ຢ່າສັ່ນໄຫວ ເວລານາທີນີ້ເກັບຄວາມອ່ອນແອເອົາໄວ້
ຂອບຟ້າທີ່ມັນກວ້າງໃຫຍ່ ຈຸດໝາຍມັນໄກກວ່ານັ້ນ
ຈູດໄຟແຫ່ງຄວາມຝັນ ລືມຄວາມອ່ອນລ້າໃນວັນນີ້

ຄວາມຝັນງົດງາມທີ່ເຮົານັ້ນແຕ້ມໄວ້ ສຸດທ້າຍມັນກໍ່ໂຜ່ອອກມາ
ເໜືອກວ່າຂອບຟ້າຄົ້ນຫາຫົນທາງໃຫ້ເຫັນ ຢ່າປ່ອຍໃຫ້ມັນລຸດມືໄປ

ຢ່າປ່ອຍຄວາມຝັນທີ່ມີໃຫ້ມັນລຸດລອຍຫາຍໄປ
ຝັ່ນຝ່າແປວໄຟເອົາຝັນເຈົ້າມາໃຫ້ໄດ້ (2x)

ຄວາມຝັນງົດງາມທີ່ເຮົານັ້ນແຕ້ມໄວ້ ສຸດທ້າຍມັນກໍ່ໂຜ່ອອກມາ
ເໜືອກວ່າຂອບຟ້າຄົ້ນຫາຫົນທາງໃຫ້ເຫັນ ຢ່າປ່ອຍໃຫ້ມັນລຸດມືໄປ

Músicas mais populares de Boxer

Outros artistas de Hard rock